CORE BEER
Project name: Corebeer
Architect: Tomi Atelier
Metal art: Ford
Photo: Liw Xaykosy
Corebeer ເປັນໜຶ່ງໃນຜົນງານທີ່ພວກເຮົາອອກແບບ ແລະ ສະຖາປະນິກເອງກໍ່ເປັນລູກຄ້າປະຈຳ ຈຶ່ງຮູ້ສຶກດີໃຈຫຼາຍທີ່ມີສ່ວນຮ່ວມໃນໂຄງການນີ້. ໃນການອອກແບບເທື່ອນີ້ ເຮົາຢາກໃຫ້ອາຄານເປັນທີ່ໜ້າຄົ້ນຫາ ທີ່ລູກຄ້າສາມາດຄົ້ນພົບຫຼາຍໆ ມຸມຂອງຮ້ານ ແລະ
ສ້າງເປັນແຮງບັນດານໃຈໄດ້. ດ້ານໜ້າຈະເປັນຮົ້ວເຫຼັກສີດຳ ແລະ ກ່ອນຈະເຂົ້າໄປຮ້ານກໍ່ຈະໄດ້ຜ່ານ Box, ທີ່ເຂົ້າໄປແລ້ວ ສຳພັດໄດ້ເຖິງບັນຍາກາດທີ່ເຮັດໃຫ້ຄໍແຫ້ງທັນທີ,ສາກດ້ານໜ້າ ແລະ ພາຍໃນເຮົາອອກແບບສະໄຕຣ໌ industrial ເຊິ່ງລູກຄ້າທີ່ເຂົ້າໄປຈະຮູ້ສຶກຄືກັບວ່າກິນເບຍສົດໆ ທີ່ອອກມາຈາກ tap ໂດຍກົງເລີຍ.
ນອກຈາກນັ້ນ ຈະມີໂຊນໃຕດິນທີ່ມີຫ້ອງນ້ຳ ແລະ ໂຊນດ້ານນອກທີ່ເປັນສວນຕິດກັບຄອງທີ່ມີແຜນຈະຂະຫຍາຍໃນອານາຄົດອີກດ້ວຍ




